ຄວາມແຕກຕ່າງທີ່ພິເສດ

ແຕ່ລະຄູ່ຮັກ ລ້ວນແຕ່ມີຈຸດເລີ່ມຕົ້ນຂອງການພົບກັນ
ມີຄວາມຊົງຈໍາ, ມີຄວາມຮູ້ສຶກດີໆໃນແຕ່ລະກິດຈະກໍາ ແລະ ສະຖານທີ່ທີ່ແຕກຕ່າງກັນໄປ
ມີຄວາມມັກ, ມີສະຕາຍທີ່ເປັນຂອງຕົນເອງໂດຍບໍ່ຈໍາເປັນຈະຕ້ອງຄືຄູ່ໃຜ.

ໃນເມື່ອແຕ່ລະຄູ່ມີການເດີນທາງຂອງຄວາມຮັກທີ່ແຕກຕ່າງກັນ
ການນໍາເອົາເຫດການປະທັບໃຈເຫລົ່ານັ້ນ ມາເລົ່າຄືນໂດຍສະເພາະໃນມື້ງານສໍາຄັນ
ນັບວ່າເປັນການເພີ່ມສະເຫນ່ອັນຫນຶ່ງທີ່ຈະເຕີມແຕ່ງໃຫ້ງານແຕ່ງດອງມີຄວາມຫມາຍ ແລະ ມີຄຸນຄ່າຕໍ່ຈິດໃຈຂຶ້ນຕື່ມອີກ

ຄວາມຈິງທີ່ຫລາຍໆຄົນອາດຈະລືມຄິດຫາກໍຄື
ບໍ່ຈໍາເປັນທີ່ຈະຕ້ອງຈັດແຕ່ງງານດອງໃຫ້ຄືກັນກັບຄູ່ອື່ນໆກໍໄດ້
ຈາກປະສົບການການຈັດງານດອງມາຫລາຍກວ່າ 7ປີ
ພວກເຮົາຄົ້ນພົບວ່າ ບໍ່ແມ່ນທຸກຄົນທີ່ຈະມັກການຈັດງານພາຍໃນພັດທະຄານ ຫລື ການຈັດແຕ່ງດ້ວຍດອກໄມ້ເຕັມງານ

ແລະ ພວກເຮົາກໍເຊື່ອວ່າການຈັດງານຄັ້ງສໍາຄັນໃນຊີວິດ ເຈົ້າພາບທຸກຄົນຕາງກໍຢາກຈະສ້າງຄວາມປະທັບໃຈທີ່ແຕກຕ່າງ ຫລາຍກວ່າການມີຮູບຖ່າຍໃນຊຸ້ມດອກໄມ້ທີ່ມີຮູບແບບຊໍ້າໆກັນ

ແຕ່ຍ້ອນວ່າໃຜໆກໍພາກັນເຮັດແບບນັ້ນ ແລະ ການຄິດຫາພ້ອມຈັດກຽມງານໃນຮູບແບບໃຫມ່ຍັງເປັນເລື່ອງທີ່ແປກ ແລະ ບໍ່ຮູ້ຈະເລີ່ມຕົ້ນຈາກຈຸດໃດ

ລອງປັບປ່ຽນອົງປະກອບໃນງານຈັກເລັກຫນ້ອຍເຊັ່ນ: ປັບແຕ່ງຕີມງານ ແລະ ຊຸດແຕ່ງກາຍໃຫ້ເຂົ້າກັບສະຕາຍ, ເລືອກສາກເວທີທີ່ເຫມາະກັບຄວາມມັກຂອງຕົນເອງທີ່ສຸດ, ຈັດການສະແດງພິເສດ, ເຮັດວິດິໂອ surprise ຫລື ມີກິດຈະກໍາເພີ່ມເຂົ້າມາໃຫ້ມີສີສັນ …. ເຊິ່ງກໍຍັງມີອີກຫລາຍໆຢ່າງທີ່ສາມາດກໍາຫນົດໃຫ້ເປັນໄປຕາມທີ່ຕ້ອງການໄດ້

ບໍ່ວ່າງານຈະມີຄວາມແປກໃຫມ່ ແລະ ມີລາຍລະອຽດຍິບຍ່ອຍຫລາຍປານໃດ
ພວກເຮົາທີມງານບັດດີ້ໂຫນ່ງ ຢາກເຫັນພວກທ່ານມີຄວາມສຸກໃນທຸກວິນາທີໃນມື້ສໍາຄັນທີ່ແສນພິເສດນີ້
ພ້ອມແລ້ວທີ່ຈະຊ່ວຍທ່ານກຽມຄວາມພ້ອມ ທັງຊ່ວຍຈັດແຈງໃຫ້ງານແຕ່ງດອງເປັນໄປຕາມທີ່ທ່ານວາດຝັນໄວ້.



ທີ່ຢູ່: ບ້ານ: ໜອງທາເໜືອ, ເມືອງ: ຈັນທະບູລີ
ນະຄອນຫຼວງວຽງຈັນ
ອີເມວ: buddynong.photography@gmail.com
ຕິດຕໍ່ & WhatsApp: +856 20 5595 1551, +856 20 5444 2255

BuddyNong Studio since 2021 © by TOTO